ການສວຍໃຊ້ຊັບສິນ ຂອງລັດ

ເຈົ້າໜ້າທີ່ ທາງການລາວ ຖະແຫລງວ່າ ຊັບສິນ ຂອງລັດ ຖືກໃຊ້ ໄປໃນທາງ ທີ່ ບໍ່ຖືກຕ້ອງ.

ກອງປະຊຸມ ຄະນະບໍລິຫານພັກ ນະຄອນຫລວງ ວຽງຈັນ ຄັ້ງທີ 4 ສະໄໝທີ 5 ຜ່ານມານີ້ ໂດຍການ ເປັນປະທານ ຂອງ ທ່ານ ສຸກັນ ມະຫາຣາດ ເລຂາທິການ ສູນກາງພັກ ເຈົ້າຄອງ ນະຄອນຫລວງ ວຽງຈັນ ໄດ້ຮັບລາຍງານ ກ່ຽວກັບ ການສວຍໃຊ້ ສໍ້ໂກງ ຊັບສິນ ຂອງລັດ ເກີດຂື້ນ ຢ່າງຫລວງຫລາຍ ທ່ານ ສົມວັນດີ ນາຖາວົງ ຮອງ ເຈົ້າຄອງ  ນະຄອນຫລວງ ວຽງຈັນ ໄດ້ລາຍງານ ກ່ຽວກັບ ປະເດັນ ດັ່ງກ່າວວ່າ ໃນໄລຍະ ທີ່ຜ່ານມາ ເຖິງແມ່ນວ່າ ຄະນະພັກ ໄດ້ເອົາໃຈໃສ່ ໃນການປົກປ້ອງ ແລະ ຕ້ານການ ສໍ້ລາດ ບັງຫລວງ ຫລາຍປານໃດ ກໍຕາມ ແຕ່ບັນຫາ ດັ່ງກ່າວ ຍັງແຜ່ລາມ ຫລາຍຢູ່.

ຈາກການກວດກາ ພົບວ່າ ພະນັກງານ ການເງິນ ຂອງລັດ ໄດ້ຍັກຍອກ ເງິນລັດເຖິງ 2 ຕື້ ກວ່າກີບ ສວຍໃຊ້ ຍວດຍານ ພາຫະນະ ຂອງລັດ ໃຊ້ຕຳແຫນ່ງ ຫນ້າທີ່ ໃນການຮັບ ສິນບົນ ລັກລອບ ປອມແປງ ເອກະສານ ໃນໂຄງການ ສໍາປະທານ ຂອງລັດຖະບານ ຮວມທັງການ ລັກລອບ ຂຸດຄົ້ນຄຳ ທີ່ ເມືອງສັງທອງ ສ້າງຄວາມ ເສຍຫາຍ ໃຫ້ແກ່ ລັດຖະບານ ເຖີງ 6 ຕື້ ກີບ ນອກນັ້ນຍັງມີ 82 ບໍຣິສັດ ເອກກະຊົນ ບໍ່ເສຍຄ່າ ອາກອນ ແລະ ພັນທະ ໃຫ້ລັດ. ການອອກ ໃບຕາດິນ ຊ້ຳຊ້ອນ ແລະ ບໍ່ຖືກຕ້ອງ ການຫັນປ່ຽນ ທີ່ດິນ ປະຊາຊົນ ມາເປັນ ທີ່ດີນຂອງລັດ. ໃນໂຄງການ ຂອງລັດຖະບານ ກໍຂາດຄວາມ ເປັນທຳ ເພາະຈ່າຍຄ່າ ຊົດເຊີຍ ໃຫ້ ປະຊາຊົນ ບໍ່ພຽງພໍ. ການນຳລົດຍົນ ເຂົ້າປະເທດ ແບບບໍ່ເສຍພາສີ ຍ້ອນໃຊ້ພັກພວກ ແລະ ເສັ້ນສາຍ.

Leave a comment